วันพฤหัสบดีที่ 4 ตุลาคม พ.ศ. 2561

ຈະຣິດຫລືຈະຣິຍາ

ຈະຣິດຫຣືຈະຣິຍາ ມີຄວາມໝາຍຢູ່ຫລາຍຄວາມໝາຍດັ່ງຕໍ່ໄປນີ້:

1. ແປວ່າ ຄວາມປະພຶດ ຄວາມປະພຶດຊຶ່ງໜັກໄປໃນທາງໃດທາງໜຶ່ງ ອັນເປັນປົກກະຕິປະຈຳຢູ່ໃນສັນດານ ໃນພື້ນເພຂອງຈິດ 2. ແປວ່າ ຈິດທ່ອງທ່ຽວ ສະຖານທີ່ຈິດທ່ອງທ່ຽວຫຼືອາຣົມທີ່ມັກທ່ອງທ່ຽວຂອງຈິດ 3. ແປວ່າ ລັກສະນະອັນເປັນພື້ນຖານຂອງຈິດ ຫຼື ນິໃສອັນເປັນພື້ນຖານຂອງແຕ່ລະບຸກຄົນ ລວມຄວາມວ່າ ຈະຣິດ ຄື ຄວາມປະພຶດຈົນເຄີຍຊິນເປັນນິໃສ ອັນເປັນພື້ນຖານໃຈຂອງແຕ່ລະບຸກຄົນ ຈະຣິດຂອງມະນຸດທັງຫຼາຍໃນໂລກນີ້ມີຄວາມແຕກຕ່າງກັນອອກໄປ 6 ຢ່າງດັ່ງນີ້ 1. ຣາຄະຈະຣິດ ຄືຄວາມປະພຶດຈົນເຄີຍຊິນເປັນນິໃສ ອັນເກີດຈາກຣາຄະເປັນພື້ນຖານໃຈ 2. ໂທສະຈະຣິດ ຄືຄວາມປະພຶດຈົນເຄີຍຊິນເປັນນິໃສ ອັນເກີດຈາກໂທສະເປັນພື້ນຖານໃຈ 3. ໂມຫະຈະຣິດ ຄືຄວາມປະພຶດຈົນເຄີຍຊິນເປັນນິໃສ ອັນເກີດຈາກໂມຫະເປັນພື້ນຖານໃຈ 4. ວິຕົກຈະຣິດ ຄືຄວາມປະພຶດຈົນເຄີຍຊິນເປັນນິໃສ ອັນເກີດຈາກວິຕົກເປັນພື້ນຖານໃຈ 5. ສັດທາຈະຣິດ ຄືຄວາມປະພຶດຈົນເຄີຍຊິນເປັນນິໃສ ອັນເກີດຈາກສັດທາເປັນພື້ນຖານໃຈ 6. ພຸດທະຈະຣິດ ຄືຄວາມປະພຶດຈົນເຄີຍຊິນເປັນນິໃສ ອັນເກີດຈາກປັນຍາເປັນພື້ນຖານໃຈ ຈະຣິດຂອງມະນຸດແຕ່ລະຄົນບໍ່ຄືກັນ ແຕ່ລະບຸກຄົນອາດມີຫຼາຍຢ່າງຄຸກເຄົ້າປົນກັນ ແຕ່ວ່າ ຈະຣິດໃດຈະມີຫຼາຍອອກຫນ້າເປັນປະທານເປັນປະຈຳ ເປັນໂຕນຳເດັ່ນກວ່າຈະຣິດອື່ນກໍເອີ້ນວ່າເປັນຜູ້ມີຈະຣິດນັ້ນ ເຊັ່ນ ຣາຄະຈະຣິດ ຄວາມຈິ່ງເຂົາມີຈະຣິດອື່ນຫຼາຍຢ່າງປົນຢູ່ດ້ວຍກັນ ແຕ່ມີຣາຄະຈະຣິດເປັນຕົວນຳເດັ່ນ ມີຄວາມເຂັ້ມຂົ້ນກວ່າຈະຣິດອື່ນ ເຮົາຈຶ່ງເອີ້ນບຸກຄົນນັ້ນວ່າ ມີຣາຄະຈະຣິດລັກສະນະຂອງຈະຣິດມີດັ່ງນີ້: 1. ຣາຄະຈະຣິດ ເປັນຄົນທີ່ຮັກສວຍຮັກງາມ ຄື ພໍໃຈໃນຮູບສວຍໆງາມໆ ສຽງອັນມ່ວນຫູ ກິ່ນຫອມ ຣົດແຊບ ສຳຜັດທີ່ນຸ້ມນວນ ມັກຄວາມເປັນລະບຽບຮຽຮ້ອຍສະອາດປານີດ ມີກິຣິຍາທ່າທາງຮຽບຮ້ອຍ ເຂົ້າຂອງເຄື່ອງໃຊ້ສະອາດຮຽບຮ້ອຍເປັນລະບຽບ ບ້ານເຮືອນຈັດໄວ້ຢ່າງມີລະບຽບ ຄຳເວົ້າຄຳຈາມີຄວາມສຸພາບອອນຫວານ ຕາມປົກກະຕິຄົນທີ່ມີຣາຄະຈະຣິດຈະຮູ້ສຶກພຶ່ງພໍໍໃຈເບີກບານຍິນດີເມື່ອໄດ້ປະສົບກັບອາລົມ ທີ່ກຽວກັບຄວາມສວຍງາມ ຄວາມສຸພາບຮຽບຮ້ອຍ ຈິດຈະເກາະກ່ຽວຢູ່ກັບອາລົມເຫລົ່ານີ້ຢ່າງບໍ່ຮູ້ສຶກເບື່ອຫນ່າຍ ແລະ ຈະຮູ້ສຶກກຽດຊັງອາລົມທີ່ກົງກັນຂ້າມ ຄືກຽດຄວາມເປິເປື້ອນ ບໍ່ມັກອາລົມປະເພດໂສກເສົ້າ ຣາຄະຈະຣິດເປັນລັກສະນະທີ່ຮັກສວຍຮັກງາມເປັນສຳຄັນ ແຕ່ບໍ່ໝາຍຄວາມວ່າ ຣາຄະຈະຣິດເປັນຜູ້ມັກມາກໃນກາມ 2. ໂທສະຈະຣິດ ບຸກຄົນທີ່ມີຈະຣິດນີ້ຈະມີຈິດໃຈທີ່ຕົງກັນຂ້າມກັບຣາຄະຈະຣິດ ຄື ໂດຍປົກກະຕິເປັນຄົນໃຈຮ້ອນ ເສີຍຊາ ມີອາຣົມມັກໂກດ ສິ່ງເລັກໆນ້ອຍໆກໂກດເຄືອງ ມີຄວາມຮີບຮ້ອນຢູ່ໃນໃຈເປັນປົກກະຕິ ຜູ້ທີ່ມີຈິດຫນັກໄປໃນທາງໂທສະຈະຣິດນີ້ ຈະເປັນຄົນເວົ້າໄວ ເວົ້າສຽງດັ່ງຍ່າງແຮງ ເຮັດງານປະເພດຫຍາບ ບໍ່ມີຄວາມລະອຽດຖີ່ຖ້ວນ ບໍ່ມີຄວາມພິຖີພິຖັນໃນການແຕ່ງຕັວ 3. ໂມຫະຈະຣິດ ເປັນລັກສະນະຂອງຈິດທີ່ມີຄວາມລຸ້ມຫລົງມົວເມົາ ຂາດຄວາມຄ່ອງແຄ້ວ ມັກເປັນຜູ້ທີ່ຢູ່ໃນຄວາມຮູ້ສຶກຫລາຍກວ່າຄວາມຄິດ ມັກມີອະຄະຕິກຽວກັບໂຕເອງ ເບິ່ງໂຕເອງວ່າບໍ່ດີບໍ່ເກັ່ງບໍ່ສວຍບໍ່ລວຍບໍ່ຫລໍ່ ບໍ່ມີຄວາມສາມາດ ໃບຫນ້າບໍ່ເບີກບານ ໂສກເສົ້າ ຕາມທຳມະດາຈິດຈະແລນໄປຫາອາຣົມເອງ ແຕ່ຄົນໂມຫະຈະຣິດແທນທີ່ຈິດຈະແລ່ນໄປຫາອາຣົມ ກັບກາຍເປັນວ່າຢູ່ໃນລັກສະນະສະລຶມສະລືເຄິ່ງຫລິບເຄິ່ງຕື່ນ ຄອຍໃຫ້ອາຣົມມາກະຕຸ້ນເອງຈຶ່ງຈະທຳງານ 4. ວິຕົກຈະຣິດ ໂດຍປົກກະຕິເປັນຄົນທີ່ຄິດຫລາຍ ມັກຄິດມັກສະແດງຄວາມຄິດຄວາມຄິດເຫັນ ມີຄຳຖາມຫລາຍເພາະສະຫມອງເຕັມໄປດ້ວຍຄວາມຄິດພຸ້ງຊ້ານຕັດສິນໃຈບເດັດຂາດ ແມ່ນແຕ່ມີເລື່ອງພິຈາລະນາພຽງເລັກນ້ອຍກໍໍໍໍໍໍໍໍໍໍໍໍຕ້ອງຄິດໄຕຕອງຢູ່ຢ່າງນັ້ນ ບໍ່ກ້າຕັດສິນໃຈ ດ້ວຍເຫດຜົນທີ່ເປັັນຄົນທີ່ຄິດຫລາຍເວົ້າຫລາຍ ເຮັດໃຫ້ໃບຫນ້າເຕັມໄປດ້ວຍຄວາມເສົ້າຫມອງ ບໍ່ສົດຊື່ນຮ່າງກາຍແກ່ເກີນໄວ ຫາຄວາມສຸກສະບາຍໃຈໄດ້ຍາກ 5. ສັດທາຈະຣິດ ມີຈິດນ້ອມໄປໃນຄວາມເຊື່ອເປັນອາຣົມປະຈຳໃຈ ຄົນປະເພດນີ້ຈະທຳຕາມຄວາມເຊື່ອ ເອົາຄວາມເຊື່ອອອກຫນ້າຄວາມຄິດ ຫລືຍຶດຫມັ້ນຢູ່ເຫນືອເຫດຜົນ ແລະມັກເຊື່ອໂດຍໄຮ້ເຫດຜົນ ສິ່ງຕ່າງໆທີ່ບໍ່ເປັນໄປຕາມຄວາມເຊື່ອຂອງຕົນເອງແລ້ວຈະບໍ່ຍຶດເອົາມາໃຊ້ ມີຄົນມາແນະນຳແນວນັ້ນແນວນີ້ກໍຕັດສິນໃຈເຊື່ອຕາມທີ່ເຂົາເວົ້າໂດຍບໍ່ໄດ້ພິຈາລະນາ 6. ພຸດທະຈະຣິດ ເປັນຄົນເຈົ້າປັນຍາເຈົ້າຄວາມຄິດ ມີຄວາມສະຫລາດ ມີໄຫວພິບປະຕິພານດີ ຄິດຫຍັງມາກໍເປັນເຫດເປັນຜົນ ມັກໃຊ້ຄວາມຮູ້ແລະເຫດຜົນໃນການພິຈາລະນາຕັດສິນໃຈວ່າຈະເຮັດຫລືບໍ່ເຮັດສິ່ງໃດ ເບິ່ງປາກົດການຕ່າງໆຕາມສະພາບຄວາມເປັນຈິງ ບົນພື້ນຖານຂອງຂໍ້ເທັດຈິງ ໂດຍປາສະຈາກການປຸງແຕ່ງ ຫລືອະຄະຕິສ່ວນຕົວ.

ไม่มีความคิดเห็น:

แสดงความคิดเห็น

ຈະຣິດຫລືຈະຣິຍາ

ຈະຣິດຫຣືຈະຣິຍາ ມີຄວາມໝາຍຢູ່ຫລາຍຄວາມໝາຍດັ່ງຕໍ່ໄປນີ້: 1. ແປວ່າ ຄວາມປະພຶດ ຄວາມປະພຶດຊຶ່ງໜັກໄປໃນທາງໃດທາງໜຶ່ງ ອັນເປັນປົກກະຕິປະຈຳຢູ່ໃນສັນດານ ...