ບຸນກຸດສົງການ ປີໃໝ່ລາວ

ປູ່ເຍີຍ່າເຍີ
ບຸນກຸດສົງການປີໃໝ່ລາວນີ້ ເພິ່ນໄດ້ຈັດຂຶ້ນ ໃນກາງເດືອນ ເມສາ ຂອງທຸກທຸກປີ ຄືເລີ່ມແຕ່ວັນທີ 13-16 ເມສາ ສຳລັບທີ່ຫລວງພຣະບາງແລ້ວ ກ່ອນຈະເຖິງປີໃໝ່ລາວຊາວບ້ານໄດ້ພາກັນມ້ຽນຂອງຕ່າງໆ ປັດກວາດ ບ້ານຊ່ອງເຮືອນຊານໃຫ່ສະອາດງາມຕາເພື່ອຕ້ອນຮັບປີໃຫມ່,ເພິ່ນຈັດງານບຸນດັ່ງກ່າວແມ່ນພາຍໃນສາມວັນຄື: ມື້ທຳອິດ ແມ່ນສັງຂານລ່ອງ ມື້ທີ່ສອງແມ່ນສັງຂານເນົາ ແລະ ມື້ທີສາມ ແມ່ສັງຂານຂຶ້ນ. ຕອນເຊົ້າຂອງມື້ທຳອິດ ແມ່ນມີການໂລະຕະຫລາດນັດຢູ່ເສັ້ນທາງກາງເມືອງຫລວງພຣະບາງ ,ເມື່ອມາເຖິງຕອນແລງຂອງວັນດຽວກັນມີການລົງຫຼິ້ນດອນຊາຍມຸງຄຸນ ທີ່ບ້ານຊຽງແມນ ເມືອງຈອມເພັດຟາກນ້ຳຂອງເບື້ອງນັ້ນ ເພື່ອຕົບພະທາດຊາຍ, ຫົດສົງນ້ຳກັນແລະມີການບາສີ, ປ່ອຍສັດນ້ຳສັດປີກ,ແລະສັດອື່ນໆຄືນສູ່ທຳມະຊາດເພື່ອເປັນການໄຖ່ຖອນເອົາຊີວິດຂອງຕົນໃຫ້ມີຄວາມສຸກສະຫວັດດີ, ມີອາຍຸຍືນຍາວ.ມື້ທີສອງມີການແຫ່ນາງສັງຂານ ປູ່ເຍີຍ່າເຍີ ຈາກວັດທາດນ້ອຍໄປວັດຊຽງທອງ ໃນໂອກາດນີ້ເພິ່ນມີການສົງພະເຈົ້າ ແລະ ພະສົງເຈົ້າມ່ອມ ຫົດສົງເຖົ້າແກ່ອາວຸດໂສ.ການເຮັດແນວນີ້ກໍເພື່ອເປັນການລ້າງສິ່ງມົວໝອງບໍ່ຈົບຍບໍ່ງາມທັງຫຼາຍອອກຈາກຮ່າງກາຍ.ຮອດມື້ທີ່ສາມແມ່ນມື້ປີໃໝ່ລາວ ແຕ່ລະຄອບຄົວພາກັນເຮັດບຸນຕັກບາດແລະບາສີສູ່ຂວັນເພື່ອອວຍໄຊໃຫ້ພອນເຊິ່ງກັນແລະກັນຫລັງນັ້ນກໍແຫ່ນາງສັງຂານກັບຈາກວັດຊຽງທອງເຖິງວັດທາດນ້ອຍ. ເວົ້າເລື່ອງນາງສັງກໍມີຕຳນານກ່າວຂານກັນມາຕັ້ງນານຈາກເລື່ອງ ກະບິນລະພົມ ສ່ວນນາງສັງຂານກໍຄືລູກສາວຂອງກະບິນລະພົມ ມີທັງໝົດ 7 ນາງສາວຕາມແຕ່ລະວັນຂອງ ໜຶ່ງອາທິດມີ 7 ວັນ ແຕ່ລະປີນາງສາວທັງ 7 ພັດປ່ຽນກັນເອົາ ຫົວ ຂອງຜູ້ເປັນພໍ່ ໄປຫົດສົງ ໂດຍການຂີ່ ພາຫະນະ ທີເປັນສັດ ຂອງໃຜມັນໄປຫົດສົງຄື:
- ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ
- ນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
- ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ ໝູ
- ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ)
- ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ
- ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ
- ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ ນົກຍຸງ
- ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ
- ນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
- ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ ໝູ
- ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ)
- ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ
- ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ
- ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ ນົກຍຸງ

ไม่มีความคิดเห็น:
แสดงความคิดเห็น